1. Thafalang-ທ່າຝຣັ່ງວັງສີຄາມ
Thafalang :ເປັນຫນຶ່ງໃນຫລາຍແຫລ່ງທ່ອງທ່ຽວທາງທໍາມະຊາດທີ່ຢູ່ໃນແຖບຊົນນະບົດ ເຊິ່ງຕັ້ງຢູ່ ບ້ານ ທອກ , ເມືອງ ທ່າແຂກ, ແຂວງ ຄຳມ່ວນ .ອີກແຫ່ງຫນຶ່ງທີ່ມີຄວາມສວຍງາມທາງດ້ານທໍາມະຊາດ ເພາະເປັນແຫລ່ງທ່ອງທ່ຽວທີ່ຕັ້ງຢູ່ແຖບທີ່ມີພູເຂົາອ້ອມຮອບຫລາຍແລະມີວິວທິວທັດທີ່ດີສາມາດມາທ່ຽວໄດ້ຫມົດທັ້ງປີຫລືທຸກລະດູ ເຊິ່ງນັກທ່ອງທ່ຽວທີ່ມາທ່ຽວສ່ວນຫລາຍກໍຈະເປັນ ຊາວຕ່າງແຂວງ ແລະຕ່າງປະເທດ.
ທ່າຝຣັ່ງ
ເຫມາະກັບນັກທ່ອງທ່ຽວປະເພດໃດ?
ທ່າຝຣັ່ງ :ເອີ້ນໄດ້ວ່າເປັນແຫລ່ງທ່ອງທ່ຽວທີ່ເຫມາະກັບນັກທ່ອງທ່ຽວທຸກປະເພດເຊັ່ນ : ນັກທ່ອງທ່ຽວທີ່ຢາກມາເພື່ອຮັບຊົມຄວາມງາມຂອງທຳມະຊາດ , ນັກທ່ອງທ່ຽວທີ່ຢາກມາເພື່ອເຮັດກິດຈະກຳຫລືປາຕີ້ສັງສັນຕ່າງໆ , ນັກທ່ອງທ່ຽວທີ່ມາເພື່ອພັກຜ່ອນຍ່ອນໃຈຫລິ້ນນໍ້າຄາຍຮ້ອນ... ຍ້ອນທີ່ວ່າເປັນແຫລ່ງທ່ອງທ່ຽວຕາມທຳມະຊາດຈຶ່ງເຫມາະກັບນັກທ່ອງທ່ຽວທຸກປະເພດ. ນອກຈາກນີ້ແຫລ່ງທ່ອງທ່ຽວແຫ່ງນີ້ມີບໍລິການອີກຫລາຍໆຢ່າງຄື : ລູກຄ້າສາມາດສັ່ງອາຫານຕາມເມນູທີ່ມີໄດ້ , ບໍລິການເຊົ່າເຮືອຢາງພ້ອມດ້ວຍເສື້ອຊູຊີບ ແລະນັກທ່ອງທ່ຽວຍັງສາມາເຊົ່າຕູບແຄມນ້ຳເພື່ອໃຊ້ເປັນບ່ອນພັກເຊົາ ບ່ອນປາຕີ້ຫລືຫລິ້ນກິດຈະກຳຕ່າງໆໄດ້ອີກດ້ວຍ. ສຳລັບລູກຄ້າທີ່ຕ້ອງການຢາກພັກຄ້າງຄືນ.
ທ່າຝຣັ່ງ
ຕັ້ງຢູ່ບ່ອນໃດ?
ທ່າຝຣັ່ງ : ຕັ້ງຢູ່ບ້ານ ທອກ , ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ເຊົ່ງຢູ່ເສັ້ນທາງຫມາຍເລກທີ 12 , ຕັ້ງຢູ່ລະຫວ່າງເສັ້ນທາງຈາກເມືອງ ທ່າແຂກ ໄປເມືອງ ມະຫາໄຊ. ເປັນສະຖານທີ່ ທີ່ບໍ່ສາມາດໃຊ້ລົດໂດຍສານເພື່ອໄປເຖິງຈຸດຫມາຍໄດ້ເພາະເຖິງຈະໃກ້ກັບທາງຫມາຍເລກທີ 12 ກໍແມ່ນ ແຕ່ວ່າທາງສະຖານທີ່ຈະມີທາງແຍກເຂົ້່າອີກເທື່ອຫນຶ່ງ. ດັ່ງນັ້ນຖ້ານັກທ່ອງທ່ຽວຈະໄປຈຳເປັນຕ້ອງໃຊ້ລົດສ່ວນໂຕຫລືລົມກັບລົດໂດຍສານທີ່ທ່ານນັ່ງມາວ່າ:"ສາມາດໄປສົ່ງໃຫ້ເຖິງຈຸດຫມາຍໄດ້ບໍ".








